ວັນທີ 21 ພຶດສະພາ 2019 ທ່ານ ວິໄລວົງ ບຸດດາຄຳ ຄະນະປະຈຳ ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ (ສພຊ) ພ້ອມດ້ວຍຄະນະ ມີ ທ່ານ ນາງ ຄຳຟອງ ພູມວົງໄຊ ຮອງປະທານສະພາປະຊາຊົນ ນວ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ຈຸດປະສົງຂອງການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ເພື່ອຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດກົດໝາຍ
ແລະ ນິຕິກຳໃຕ້ກົດໝາຍ ທີ່ຕິດພັນກັບການຈັດເກັບລາຍຮັບຂອງບັນດາຂະແໜງການຢູ່ ນວ ແລະ ເປັນການເກັບກຳຂໍ້ມູນໃຫ້ແກ່ຄະນະປະຈຳ
ສພຊໃນການຄົ້ນຄວ້າພິຈາລະນາເນື້ອໃນເອກະສານສຳຄັນຂອງລັດຖະບານ ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ
7 ຂອງ ສພຊ ທີ່ຈະດຳເນີນຂຶ້ນໃນໄວໆນີ້
ຄະນະດັ່ງກ່າວ ໄດ້ລົງເຄື່ອນໄຫວຢູ່ດ່ານສາກົນຂົວມິດຕະພາບລາວ-ໄທ
1 ນວ. ໂອກາດດັ່ງກ່າວ ທ່ານ ວິໄຊມະນີແສງ ຮັກສາການຫົວໜ້າດ່ານສາກົນຂົວມິດຕະພາບລາວ-ໄທ
1 ໄດ້ລາຍງານຕໍ່ກອງປະຊຸມກ່ຽວກັບສະພາບລວມຂອງການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ
ໂດຍໄດ້ໃຫ້ຮູ້ວ່າ ຫ້ອງການຄຸ້ມຄອງ ແລະ ບໍລິການດ່ານສາກົນຂົວມິດຕະພາບລາວ-ໄທ 1 ເປັນຫົວໜ່ວຍງົບປະມານເອກະລາດໜຶ່ງທີ່ຂຶ້ນກັບອົງການປົກຄອງຂອງ ນວ ເຮັດໜ້າທີ່ຄຸ້ມຄອງບໍລິການດ່ານກວດກາສິນຄ້າເຂົ້າ-ອອກດ່ານ
ບໍລິການປະຊາຊົນທີ່ມີຈຸດປະສົງໄປ-ມາລະຫວ່າງຊາຍແດນລາວ-ໄທ ເຊິ່ງໄລຍະຜ່ານມາສາມາດຕິດຕາມການເກັບລາຍຮັບຄ່າທຳນຽມລົດຜ່ານຂົວແຕ່ລະໄລຍະຂອງບໍລິສັດທີເຄ
(TK) ນັບແຕ່ປີ 2012 ເຊິ່ງທຽບໃສ່ສັນຍາການຈັດເກັບເຫັນວ່າສາມາດຈັດເກັບໄດ້ເພີ່ມຂຶ້ນ
3% ຕໍ່ປີ ສຳລັບແຜນການປີ 2018 ສາມາດປະຕິບັດໄດ້
102,65% ພ້ອມດຽວກັນນີ້ກໍໄດ້ມີການປະສານສົມທົບກັບບັນດາຂະແໜງການກ່ຽວຂ້ອງຂັ້ນ
ນວ ເພື່ອວາງແຜນການສ້ອມແປງ-ກໍ່ສ້າງໂຄງລ່າງພື້ນຖານ ເປັນຕົ້ນແມ່ນສຳນັກງານ-ຫ້ອງການ ບົວລະບັດຮັກສາຂົວທາງປະຈຳແຕ່ລະປີ ນອກຈາກນີ້ກອງປະຊຸມກໍໄດ້ຮັບຟັງການລາຍງານຈາກແຕ່ລະຂະແໜງການກ່ຽວຂ້ອງ
ໂດຍສະເພາະແມ່ນຂະແໜງ ປກສ ກວດການເຂົ້າ-ອອກເມືອງ (ຕມ) ທີ່ສາມາດສະກັດກັ້ນບຸກຄົນບໍ່ຫວັງດີຈຳນວນໜຶ່ງທີ່ຫວັງທຳລາຍມ້າງເພປະເທດຊາດ ພ້ອມທັງຮັບຟັງຄຳຄິດຄຳເຫັນຄຳສະເໜີຂອງພາກສ່ວນຕ່າງໆເຊັ່ນ
ສະເໜີໃຫ້ພິຈາລະນາແກ້ໄຂສະຖານທີ່ບໍລິການຢຸ່ດ່ານສາກົນຂົວມິດຕະພາບລາວ-ໄທ 1 ທີ່ມີຄວາມຄັບແຄບ ສະເໜີໃຫ້ຕັດເສັ້ນທາງຈາກສົ້ນຂົວໄປຫາສາງຊີວາຍ (C-Y)
ເພື່ອຫຼຸດຜ່ອນບັນຫາການສັນຈອນແອອັດ ແລະ ບັນຫາອືນໆອີກຈຳນວນໜຶ່ງ.
ໃນວັນດຽວກັນ ຄະນະດັ່ງກ່າວກໍໄດ້ລົງເຄື່ອນໄຫວຢູ່ເຂດເສດຖະກິດສະເພາະບຶງທາດຫຼວງ
ໃນນີ້ທ່ານສຸບັນ ຈຸນລາຊາ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນວ ໄດ້ລາຍງານຕໍ່ກອງປະຊຸມວ່າ
ນວ ປະກອບມີ 5 ເຂດເສດຖະກິດພິເສດ ເຊິ່ງແຕ່ລະເຂດມີສະພາບຈຸດພິເສດຂອງການພັດທະນາທີ່ແຕກຕ່າງກັນ
ມີເນື້ອທີ່ທັງໝົດ 2,089,22 ເຮັກຕາ ໄດ້ສຳເລັດການເຮັດບົດຢັ້ງຢືນປະເມີນຜົນກະທົບຕໍ່ສິ່ງແວດລ້ອມແລ້ວ
2 ເຂດ ສຳລັບເຂດເສດຖະກິດສະເພາະບຶງທາດຫຼວງ ຕັ້ງຢູ່ເມືອງໄຊເສດຖາ ແລະ ເມືອງສີສັດຕະນາກ ນວ
ມີເນື້ອທີ 365 ເຮັກຕາອາຍຸສຳປະທານ 99 ປີ
ເຊິ່ງໂຄງການດັ່ງກ່າວສ້າງຂຶ້ນເພື່ອພັດທະນາເຂດດັ່ງກ່າວໃຫ້ເປັນເມືອງທ່ອງທ່ຽວໜອງນ້ຳທຳມະຊາດ
ແລະ ວັດທະນະທຳ ເປັນເຂດການຄ້າ ແລະ ການບໍລິການຕ່າງໆທີ່ທັນສະໄໝຄົບວົງຈອນ ຄາດຄະເນມູນຄ່າການລົງທຶນທັງໝົດປະມານ
1.6 ຕື້ໂດລາສະຫະລັດ ກ່ຽວກັບກົນໄກການຈັດເກັບລາຍຮັບຂອງເຂດເສດຖະກິດສະເພາະບຶງທາດຫຼວງ
ຄະນະຄຸ້ມຄອງເຂດເສດຖະກິດພິເສດນວ (ໃນເມື່ອກ່ອນແມ່ນສະພາບໍລິຫານເຂດເສດຖະກິດສະເພາະບຶງທາດຫຼວງ)
ໄດ້ປະສານສົມທົບກັບຂະແໜງທີ່ກ່ຽວຂ້ອງຕາມວິຊາສະເພາະ ໂດຍສະເພາະແມ່ນສ່ວຍສາອາກອນ
ນວ ແລະ ກົມພາສີ ໃນການຄິດໄລ່ກວດກາ ແລະ ຈັດເກັບບັນດາອາກອນປະເພດຕ່າງໆ ແລະ ການອະນຸຍາດການນຳເຂົ້າສິນຄ້າ.
[ນາງ ພອນທິບ ອິນທິລາດ]
0 ความคิดเห็น