ດອກຄູນບານລະໃດ໋



ດອກຄູນບານລະໃດ໋
--------------------------
ດອກຄູນເຫລືອງຢ່ອນກ້ານ. ພວງຕະງ່ານມາເຖິງ
ເບິ່ງແບບານຈູມຈີມ. . . ເຮື່ອເຮືອງປະເທືອງອ້າ
ງາມບຸບຜາພັນພົ້ວ. .ສັນຍານໃຈໃຫ້ຄິດຮໍ່າ
ຄຳສັນຍາເມື່ອພຸ້ນ. . ປີກາຍເວົ້າວ່າຊິມາ
ດອກຄູນບານເບັ່ງຖ້າ. . ອຸລາຮໍ່າຮອນເຖິງ
ເບິ່ງເປັນຍອຍພວງງາມ. . ຊິໄຖ່ຖາມຫາອ້າຍ
ມາຕື່ມໃຈຈິງໝັ້ນ . . ສັນຍາກັນບໍ່ເປີດໜ່າຍ
ສົງການໝາຍຮັກແທ້. . ບໍ່ແປປີ້ນປ່ຽນໃຈ
ບານລະໃດ໋ດອກໄມ້. . ມາໄລຊໍ່ຈູມຈີມ
ຢ່າອິນຄົນໃນເມືອງ. . ເລື່ອງລືມຄົນທາງບ້ານ
ວັນເວລາຄອຍຖ້າ. . . ສາຍຕາແນມນຳສ່ອງ
ຫລອຍຈອບມອງທຸກເຊົ້າ. . ຄົນເວົ້າວ່າຮັກດຽວ
ຢ່າເຮັດໃຈຄົດລ້ຽວ. . ກາຍເປັນກ່ຽວຫລາຍຄົມ
ປ່ອຍຄາລົມໃນເຟສ. . ເຮັດຄືແທ້ນໍອ້າຍ
ສາວກົດໄລນ໌ຫົວໃຈຊ້ອນ. . ນາງຫລອນຊອມຈອບຢູ່
ບາງວັນຫົດຫູ່ນ້ອງ. . ຊິຄອງລ້າຄ່າບໍ່ມີ
ສຽງແມງອີຈັກຈັ່ນຮ້ອງ. . ກ້ອງຕໍ່າຕີນຄາມ
ຄືປະນາມຄົນຄອງ. . ທີ່ຈອບມອງໝາຍພໍ້
ແພພັນລາຍລໍຄ້ອງ. . ຄໍຊາຍທີ່ນ້ອງຕໍ່າ
ພວງຄູນງາມກະຊິຄ້ອງ. . ຄັນຄືນຫ້ອງແຫ່ງໃຈ
ຄັນຊິໄປບໍ່ສັ່ງນ້ອງ. . ໃຫ້ມາຕື່ມແຮງຮັກ ກ່ອນເນີ
ມັກປານໃດກະຄືນນາ. . ຈັ່ງວ່າກັນບາດບຸນແລ້ວ
ສຽງແຊວໆຄົນທ້ວງ. . .ຊາຍເຄີຍຄວງມື້ປີໃຫມ່
ຫາຍໄປໃສລະນາດນ້ອງ. . ຊິຂານຕ້ານຕອບຈັ່ງໃດ ເດນໍ
ລູກດອນກະເດັນ ປະພັນ
1-4-2019
ດົນນານບໍ່ໄດ້ຂຽນກອນ ບຸກແຕ່ກວດແກ້ປຶ້ມພິມ
-------------------
Phaivanh Malavong Loukdonekaden

แสดงความคิดเห็น

0 ความคิดเห็น